KM18, 13 South Road
ໂຮງງານອຸດສາຫະກຳໂຕໂຢລາວ ຈຳກັຜູດຽວ

ໂຮງງານອຸດສາຫະກຳໂຕໂຢລາວ ຈຳກັຜູດຽວ ຕັ້ງຢູຫຼັກ18, ຖະໜົນ13ໃຕ້, ບ້ານ ໂພຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເຊິ່ງໂຮງງານໄດ້ຜະລິດທໍ່ຄົບວົງຈອນເຊັ່ນ: ທໍ່ພີວີຊີ (PVC PIPE), ທໍ່ເອັສດີພີອີ (HDPE PIPE), ທໍ່ພີພີອາ (PPR PIPE), ທໍ່ແອວດີພີອີ (LDPE PIPE) ແລະ ອື່ນໆ ເພື່ອຮັບໃຊ້ໃນຂະແໜງນາປະປາ, ທໍ່ຫຸ້ມສາຍໄຟຟ້າ,ທໍ່ຫຸ້ມສາຍໂທລະຄົມ ແລະ ທໍ່ກະເສດຄົບວົງຈອນ ພາຍໃຕ້ເຄື່ອງໜາຍການຄ້າໂຕໂຢ (TOYO BRAND) ແລະ (ASIA GREEN BRAND) ທີ່ໄດ້ ຄຸນນະພາບ ແລະ ສາມາດທົດແທນສິນຄ້ານຳເຂົ້າຈາກຕາງປະເທດ. ຮອດປະຈຸບັນໂຮງງານທໍໂຕໂຢລາວ ໄດ້ຮັບໃບຢັ້ງຢືນຄຸນ ນະພາບມາດຕະຖານສາກົນ ISO 9901:2015 ແລະ ມາດຕະຖານ ແຫ່ງຊາດລາວ ມລ.71:2019. ສຳລັບເມັດຢາງ ແລະ ວັດຖຸດິບແມ່ນວັດຖຸດິບສົດ100%ນຳເຂົ້າຈາກຜູ້ສະໜອງທີ່ມີຊື່ສຽງໃນໂລກເຊັ່ນ: ຈາກຕາເວັນອອກກາງ ເກົາຫຼີໃຕ້, ສີງກະໂປ, ໄຕຫວັນ ແລະ ໄທເປັນຕົ້ນ. ນອກນັ້ນ ຍັງມີທີມງານວິຊາການທີ່ຊຽວຊານຫຼາຍກ່ວາ 20 ປີ ແລະ ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝຫຼາສຸດຈາກຢູໂຣບ ແລະ ອາຊີເຂົ້າໃນການຜະລິດທໍ່. ປະຈຸບັນກຳລັງການຜະລິດຂອງໂຮງານປະມານ 50 ພັນໂຕນ ຕໍ່ປີ. ໂຮງງາທໍ່ໂຕໂຢດຳເນີນການຜະລິດທີ່ສະອາດ, ເຄື່ອງຈັກທີ່ທັນສະໄໝ ແລະ ທີມງານວິຊາການທີ່ເປັນມືອາຊີບ, ສະນັ້ນ ທຸກໆຜະລິດຕະພັນຂອງໂຮງງານທໍ່ໂຕໂຢ ຈິ່ງຮັບປະກັນທາງດ້ານເຕັກນິກ ແລະ ຮັບປະກັນທາງ ດ້ານຄວາມສະອາດ.
ອີງຕາມວິໄສທັດ (Vission)
ອີງຕາມວິໄສທັດ (Vission) ແລະ ການມຸ່ງໝັ້ນພັດທະນາຢ່າງບໍ່ຢຸດຢັ້ງຂອງຄະນະອຳນວຍການ ແລະ ພະນັກງານ ກຳມະກອນໃນກຸ່ມບໍລິສັດ ທີ່ມີອຸດົມການຢາກສ້າງຜະລິດຕະພັນທີ່ໄດ້ຄຸນນະພາບ ລາຄາເໝາະສົມກັບເງື່ອນໄຂເຕັກນິກ ແລະ ເສດຖະກິດຂອງສັງຄົມລາວ. ໂຮງງານທໍ່ໂຕໂຢ ໄດ້ນໍາໃຊ້ເຕັກໂນໂລຊີ, ນະວັດຕະກຳທີ່ທັນສະໄໝຫລ້າສຸດຂອງໂລກ ແລະ ວັດຖຸດິບທີ່ໄດ້ມາດຕະຖານ ເພື່ອຜະລິດທໍ່ນໍ້າ ເອັສດີພີອີ, ທໍ່ພີວີຊີ, ທໍ່ຢູພີວີຊີ, ທໍ່ພີພີອາ, ຂໍ້ຕໍ່ຈອດເອັສດີພີອີ, ທໍ່ຫຸ້ມສາຍໄຟ, ທໍ່ຫຸ້ມສາຍໂທລະຄົມ ແລະ ອຸປະກອນອື່ນໆ ພາຍໃຕ້ເຄື່ອງໝາຍການຄ້າ ໂຕໂຢ “TOYO” ແລະ ເອເຊຍກຣີນ “ASIA GREEN” ອອກສູ່ສັງຄົມລາວ. ປະຈຸບັນຜະລິດຕະພັນຈາກໂຮງງານທໍ່ໂຕໂຢເປັນສິນຄ້າທີ່ໄດ້ມາດຕະຖານສາກົນ ແລະ ໄດ້ຮັບການນິຍົມຊົມໃຊ້ກັນຢ່າງກ້ວາງຂວາງໃນການກໍ່ສ້າງລະບົບນໍ້າປະປາ ຂອງລັດວິສາຫະກິດນໍ້າປະປາລາວທົ່ວປະເທດ, ໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂະພິບານ ແລະ ໂຄງການຊົນລະປະທານ ຂອງອົງການຈັດຕັ້ງສາກົນເຊັ່ນ: ADB, WORLD BANK, UN-HABITAS, KOICA, JICA, EU, SAVE THE CHILDREN, LUXAMBOURGE, UNICEF, RED CROSS, WFG and NGOs … ນອກຈາກນັ້ນ ຜະລິດຕະພັນທໍ່ນໍ້າໂຕໂຢ ຍັງໄດ້ຮັບຄວາມສົນໃຈເອົາໄປຈຳໜ່າຍຈາກບັນດາຫ້າງຮ້ານຂາຍວັດສະດຸກໍ່ສ້າງ ທັງຂະໜາດໃຫຍ່, ຂະໜາດກາງ ແລະ ນ້ອຍ ເຊັ່ນ: ກຸ່ມບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ, ກຸ່ມບໍລິສັດ ຕັງຈະເລີນ, ກຸ່ມບໍລິສັດ ຊີເອັດຊີ, ປັນຍາໂຮມເຊັນເຕີ, ມະຫາໄຊວັດສະດຸ ແລະ ບັນດາຕົວແທນຈຳໜ່າຍຫຼາຍກວ່າ 600 ຕົວແທນທົ່ວປະເທດ.
ເປົ້າໝາຍຂອງບໍລິສັດ (Mission)
ຕັ້ງເປົ້າໝາຍພັດທະນາບໍລິສັດໃຫ້ກາຍເປັນຜູ້ຜະລິດ ແລະ ຈໍາໜ່າຍວັດສະດຸການປະປາ ອັນດັບແຖວໜ້າຂອງປະເທດລາວ, ສະນັ້ນ ພວກເຮົາຈິ່ງບໍ່ຢຸດຢັ້ງໃນການປັບປຸງຕົວເອງ, ພັດທະນາເຕັກໂນໂລຊີ, ຍົກສູງປະສິດຖິພາບການນໍາໃຊ້ຊັບພະຍາກອນ ແລະ ຍົກສູງຄຸນນະພາບຂອງຜະລິດຕະພັນ.
ປະຈຸບັນ ໂຮງງານທໍ່ໂຕໂຢລາວ ໄດ້ຮັບໃບຢັ້ງຢືນຄຸນນະພາບຈາກທັງພາຍໃນ ແລະ ຕ່າງປະເທດເຊັ່ນ: ໃບຢັ້ງຢືນຄຸນນະພາບມາດຕະຖານສາກົນ ISO 9001:2015 ຈາກ TCL–AUSTRALIA, ໃບຢັ້ງຢືນມາດຕະຖານແຫ່ງຊາດລາວ LS.71:2019, ໃບຢັ້ງຢືນຄຸນນະພາບຈາກກົມມາດຕະຖານ ກະຊວງອຸດສາຫະກຳ ແລະ ການຄ້າ, ໃບຢັ້ງຢືນຜະລິດຕະພັນລາວ MADE IN LAOS.

ນອກຈາກນັ້ນ ພວກເຮົາຍັງໄດ້ຮັບລາງວັນ ທຸລະກິດຂາຍຍົກ-ຂາຍຍ່ອຍດີເດັ່ນອາຊຽນ (ASEAN Wholesale-Retail Business Excellence Award) , ທຸລະກິດລິເລີ່ມ ແລະ ຂັບເຄື່ອນນະວັດຕະກຳດີເດັ່ນອາຊຽນ (ASEAN Business Innovation Initiative And Innovation Award), ລາງວັນທຸລະກິດຍິງດີເດັ່ນອາຊຽນ (ASEAN Women Entrepreneur of the Year Award), ລາງວັນທຸລະກິດຊັ້ນນໍາແຫ່ງຊາດ (National Outstanding Business Award) ແລະ ອີກຫຼາຍລາງວັນອີກດ້ວຍ...
 ທ່ານ ລັງກອນ ໄຊຍະວົງ Langkone XAIGNAVONG
 ອາຈານສອນ ຢູ່ຄະນະ ວິສະວະກຳສາດ ມ.ຊ
 ວຸດທິການສຶກສາ: ຈົບປ.ຕ ດ້ານວິສະວະກຳໂຍທາ ຈາກ ປະເທດ ຫວຽດນາມ, ຈົບ ປ.ທ ດ້ານວິສະວະກຳສິ່ງແວດລ້ອມ ຈາກປະເທດຟີລິບປິນ, ກຳລັງສືກສາຕໍ່ລະດັບປະລິນຍາເອກ ດ້ານ ວິສະວະກຳ ລະບາຍນ້ຳ ແລະ ບຳບັດນ້ຳເປື້ອນຕົວເມືອງ.

 ທ່ານ ນາງ ດາລາຄໍາ ໄຊຍະວົງ Dalakham XAIGNAVONG
 ວຸດທິການສຶກສາ: ຈົບ ປ.ຕ ດ້ານ ບໍລິຫານທຸລະກິດຈາກ ປະເທດ ຫວຽດນາມ ແລະ ຈົບ ປ.ທ ດ້ານບໍລິຫານບຸກຄະລາກອນ ຈາກ ປະເທດ ຫວຽດນາມ.

 ທັງສອງທ່ານເປັນຜູ້ກໍ່ຕັ້ງ ບໍລິສັດ ກຸ່ມໄຊຍະວົງ ຈຳກັດຜູ້ດຽວ ແລະ ໂຮງງານ ອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ.
 ມີປະສົບການເຮັດວຽກໃນຂະແໜງ ວິສະວະກຳນ້ຳຫຼາຍກວ່າ 20ປີ
 ບໍລິສັດ ກຸ່ມໄຊຍະວົງ ຈຳກັດຜູ້ດຽວ ສ້າງຕັ້ງຂຶ້ນໃນປີ 2001, ຕັ້ງຢູ່ບ້ານໄຊສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
 ໂຮງງານ ອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ ສ້າງຕັ້ງຂຶ້ນໃນປີ2016, ຕັ້ງຢູ່ບ້ານໂພຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
 ປະຈຸບັນມີພະນັກງານທັງໝົດ 150ກວ່າຄົນ, ມີ 8ສາຂາ ແລະ 1000ກວ່າ ຕົວແທນຈຳໜ່າຍທົ່ວປະເທດ.
We currently have 6 branches in Vientiane, 2 regional warehouses located in Luang Prabang, Champassak and more than 1,000 dealers across the country to
make customer easy access to our products across the country of which we have create positive impact on SMEs business contribution.

1. Sibounheuang Branch
Sibounheaung Rd, Sibounheuang Village Chanthabury District, Vientiane Capital, Tel : 020 2240 7404 |021 225055
2. Saphangmeuk Branch
KM10 Kaisone Rd, Saphangmeuk Village Xaithany District, Vientiane Capital, Tel: 020 2240 7404 |021 740434
3. Toyo Pipe Industry Factory (HQ)
Km 18, 13th South Rd, Phokham Village Xaithany District, Vientiane Capital
4. Nasiao Branch
Nongphaya Rd, Nasieo Village Naxaithong District, Vientiane Capital
5. Ban Hai Branch
No.10 Rd, Tha Ngone Village Xaithany RdDistrict, Vientiane Capital, Tel : 020 2240 7404
6. Ban Ang Yai Branch
Sangthong Rd, Ang Yai Village Sangthong District, Vientiane Capital
7. Luangprabang Branch
Phonexay Village, Luangprang, Tel : 020 5885 3559
8. Champasak Branch
Km8, Hua Xae Village, Champsak, Tel : 020 2240 7404 | 020 5885 3559

Our Products

The best quality for products
PVC PIPE & FITTING

PVC PIPE & FITTING

HDPE PIPE & FITTING

HDPE PIPE & FITTING

PPR PIPE & FITTING

PPR PIPE & FITTING

PVC FITTING for CABLE CONDUIT

PVC FITTING for CABLE CONDUIT

u.PVC PIPE & FITTING

u.PVC PIPE & FITTING

WELDING MACHINE & OTHER

WELDING MACHINE & OTHER

20 years
experience
260
employees
65
partners

Distribution

Distribution channel

Project Reference

Contact our staff if you have any questrion

Feedback

The feeling from our customers